ຖໍ້າປິວແຂວງຊຽງຂວາງ

ຖໍ້າປິວ 
1.ທີ່່ຕັ້ງ ແລະ ແຜນທີ່ ຖໍ້າປິວຕັ້ງຢູ່ເຂດເປີ້ນພູບ້ານບວມລອງ ເມືອງຄໍາ ແຂວງຊຽງຂວາງ ເຊິ່ງຢູ່ຫ່າງຈາກເທດສະບານ ເມືອງຄໍາ ປະມານ 5 ກິໂລແມັດ ແລະ ຕັ້ງຢູຫ່າງຈາກໂພນສະຫວັນປະມານ 57 ກິໂລແມັດ ເຊີ່ງຫ່າງໄກຈາກນະຄອນຫຼວງວຽງຈັນ 400 ກວ່າກິໂລແມັດ. 2. ປະຫວັດຄວາມເປັນມາ: ຖໍ້າປິວແຫ່ງນີ້ມີປະຫວັດອັນໜ້າສະເທືອໃຈມີເຫດການໜື່ງທີ່ປະຊາຊົນຄົນລາວໂດຍສະເພາະແມ່ນປະຊາຊົນຊາວເມືອງຄໍາ,ແມ່ນລືມບໍ່ໄດ້ນັ້ນຄື ຖໍ້າປິວ ມີໂສກອານາດຕະກໍາທີ່ເກີດຂື້ນໃນປາງສົງຄາມ. ໃນວັນທີ່24 ເດືອນ11 ປີ1968 ໂດຍກອງກໍາລັງໂຈນອາກາດອາເມລິກາ ມັນໄດ້ໃຊ້ເຮືອບິນ F105 ຍິງລູກສອນໄຟອັນຮ້ອນແຮງທີ່ສຸດໃສ່ຖໍ້າປິວແຫ່ງນີ້ ເພື່ອເຂັນຂ້າປະຊາຊົນຜູ້ບໍ່ລິສຸດທີ່ລີ້ໄພຢູ່ພາຍໃນຖໍ້າປິວ ພວກເຂົາໄດ້ຍິນລູກສອນໄຟຈໍານວນສາມລູກຄື: ລູກທີ່1ຍິງບໍ່ເຂົາຖືກດ້ານຂວາມືຂອງປາກຖໍ້າ, ລູກທີ່2ຍິງເຂົ້າໃນຖໍ້າປິວເຮັດໄຫ້ມີຄົນເສຍຊີວິດ 374 ສົບພາຍໃນສ້ຽວວິນາທີ, ຫຼັງຈາກນັ້ນພວກເຂົາກໍ່ໄດ້ຍິງອີກລູກ1ແຕ່ວ່າບໍເຂົ້າໃນຖໍ້າ, ຍັງເຫຼືອແຕ່ຜູ້ທີ່ອອກໄປຊອກຫາກິນຢູ່ທາງນອກ ແລະ ຜູ້ທີ່ໄປເປັນທະຫານຈໍານວນໜື່ງເທົ່ານັ້ນ. ຫຼັງຈາກນັ້ນເປັນເວລາ 7 ມື້ກອງຫຼອນກໍ່ໄດ້ມາເກັບມ້ຽນຊາກສົບຂອງຜູ້ເສຍຊີວິດໂດຍໃຊ້ເວລາ 4 ມື້, ເກັບມ້ຽນຝັງສົບໃສ່ຂຸມບົ່ມໃຫຍ່ລວມທັງໝົດ 7ຂຸມ ຢູ່ດ້ານຂ້າງຂອງຖໍ້າໂດຍຝັງສົບລວມກັນ ດ້ວຍເຫດນີ້ຖໍ້າປິວຈິງເປັນອານຸສອນສະຖານທີ່ມີຄວາມສໍາຄັນ ແລະ ມີຄວາມໝາຍທາງປະຫວັດສາດ. ມາຮອດ ປີ 1999 ຖໍ້າປິວຈິ່ງໄດ້ຮັບການບູລະນະຂື້ນມາ ແລະ ປີ 2001 ທາງສູນກາງໄດ້ຮັບຮອງເອົາຖໍ້າປິວແຫ່ງນີ້ເປັນສະຖານທີ່ທາງປະຫວັດສາດ ໂດຍແມ່ນ ທ່ານ ບຸນຍັງ ວໍລະຈິດ ພໍຮອດວັນທີ່ 24 ເດືອນ 11 ຂອງທຸກໆປີຈິງເປັນວັນຄຽດແຄ້ນຂອງປະຊາຊົນລາວ(ຊາວເມືອງຄໍາ) ຕໍ່ສົງຄາມຮຸກຮານ. ດັ່ງນັ້ນອໍານາດການປົກຄອງເມືອງໄດ້ນຳພາປະຊາຊົນຈັດວັນລະນຶກເຖິງ ແລະ ໄຫວ້ອາໄລໃຫ້ດວງວິນຍານຂອງພໍ່ແມ່ປະຊາຊົນຜູ້ບໍລິສຸດເຊິ່ງຕົກເປັນເຫຍື່ອເຄາະຮ້າຍຈາກເຫດການຄັ້ງນັ້ນ ທີ່ໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອເພື່ອຄວາມເປັນເອກະລາດ ເພື່ອຄວາມສົມດູພູນສຸກຂອງພວກເຮົາໃນວັນນີ້. ສະນັ້ນຄົບຮອບ 5 ປີໃດຈະມີການຈັດງານໃຫຍ່ລະດັບຊາດຂື້ນເທື່ອໜື່ງ ເພື່ອລະນຶກເຖິງວັນດັ່ງກ່າວ ແລະ ການຈັດງານດັ່ງກ່າວແມ່ນປວງຊົນລາວທັງຊາດ, ຊາວຕ່າງຊາດເຂົ້າຮ່ວມຢ່າງຫຼວງຫຼາຍ. 3. ລັກສະນະເດັ່ນຂອງຖໍ້າປິວ. ຖໍ້າປິວແຫ່ງນີ້ປົກຄຸມໄປດ້ວຍຕົ້ນໄມ້ທີ່ຕຶບໜາ ແລະ ຂຽວອຸ້ມທຸ່ມຕະຫຼອດເວລາ.ສຳລັບຖໍ້າແມ່ນມີລັກສະນະເປັນຜົ້ງກ້ວາງປະມານ 15 ແມັດ, ສູງກ່ວາ30 ແມັດຕາມລະດັບຂອງຖໍ້າແຕກຕ່າງກັນໄປ, ປາກຖໍ້າສູງປະມານ 15 ແມັດ, ກ້ວາງປະມານ 10 ແມັດ ແລະເລິກເຂົ້າໄປຫຼາຍກິໂລແມັດ, ໄລຍະແຕ່ຕີນພູຂຂື້ນຫາປາກຖໍ້າປິວແມ່ນສູງປະມານ 80 ແມັດ. ເຊິ່ງຍູ່ເບື່ອງລຸ່ມຂອງຖໍ້າປິວຍັງມີ ຖໍ້ານໍ້າ ທີ່ມີຄວາມເລິກຫຼາຍຮ້ອຍແມັດ ມີນໍ້າເຢັນໃສ ແລະໄຫຼລອດຮູຖໍ້າອອກມາຕະຫຼອດປີ ເຊິ່ງຢູ່ໃນນີ້ຖໍ້າປິວຍັງມີຫໍພິພິຕະພັນຂະ ໜາດນ້ອຍ(ຫໍວາງສະແດງໂສກອານາດຕະກໍາຖໍ້າປິວ) ແລະ ຢູ່ພາຍໃນກໍ່ມີສິ່ງຂອງທີ່ເສດເຫຼືອຈາກສະ ໄໝສົງຄາມ,ຈາກຖໍ້າປິວທີ່ເກັບາວາງສະແດງໄຫ້ຄົນຮຸ້ນຫຼັງໄດ້ເບີ່ງໄດ້ສືກສາຮຽນຮູ້ໃນນີ້ມີຫລາຍຢ່າງເຊັ່ນ: ຮູບຄົນຕາຍເມື່ອຄາວຖືກລູກສອນໄຟແຕ່ປາງສົງຄາມ,ກະດູກຄົນຕາຍ,ລະເບີດສະນິດຕ່າງໆ, ລູກປືນ,ອື່ນໆ.ໃນແຕ່ລະມື້ກໍ່ມີຄົນເຂົ້າມາເບີ່ງມາຊົມບໍ່ຂາດໂດຍສະເພາະແມ່ນເທດສະການປີໃໝ່ລາວຈະມີຈຳນວນນັກທ່ອງທ່ຽວຈຳນວນຫຼວງຫຼາຍເດີນທາງມາທີ່ຖໍ້າປິວແຫ່ງນີ້. ປະເທດຊາດໄດ້ຈາລຶກໄວ້ວັນແຫ່ງໂສກອານາດຕະກໍາຖໍ້າປິວ24ພະຈິກ1964 374ສົບພຽງສ້ຽວວິນາທີ 4. ສິ່ງອໍານວຍຄວາມສະດວກ. ຢູ່ທາງໜ້າກໍ່ມີບ່ອນຂາຍປີ້ເຂົ້າຊົມມແມ່ນລາຄາ 5000 ກີບສໍາລັບຄົນລາວ, ຄົນຕ່າງປະເທດ 10.000ກີບຕໍ່ຄົນ (ສະເພາະຊ່ວງທີ່ມີງານບຸນເທົ່ານັ້ນ). ສ່ວນເສັ້ນທາງຂື້ນຫາຖໍ້າປິວນັ້ນກໍ່ມີຂັ້ນໄດ ແລະ ຮາວຈັບເຫຼັກເປັນຢ່າງດີ, ຍັງມີຖັງຂີ້ເຫຍື້ອຈັດຍາຍໄວ້ທົ່ວບໍລິເວນຖໍ້າເພື່ອຮັກສາຄວາມສະອາດຮັກສາທໍາມະຊາດຊ່ວຍກັນ, ສຳບ່ອນຈອດລົດກໍ່ບໍ່ເກັບຄ່າຝາກໃນມື້ທຳມະດາ ມີບ່ອນຈອດລົດທີ່ກ້ວາຂວາງແຕ່ວ່າເກັບຄ່າຝາກລົດສະເພາະມື້ທີ່ມີເທດສະການງານບຸນຕ່າງໆເທົ່ານັ້ນ ແລະ ກໍ່ມີຮ້ານຂາຍເຄື່ອງ,ອາຫານຢູ່ທາງເຂົ້າໄວ້ບໍລິການ: ອາຫານຕາມສັ່ງ, ເຝີ, ສົ້ມຕໍາ, ປີ້ງ... ມີຫ້ອງນໍ້າບໍ່ໃຫ້ໃຊ້ໂດຍບໍ່ເກັບຄ່າ. 5. ການເຂົ້າເຖິງ: ສໍາລັບເສັ້ນທາງແມ່ນເເຕ່ໂພນສະຫວັນມາຮອດເຂດເທດສະບານເມືອງຄໍາປະມານ 52 ກິໂລແມັດ ແລ້ວລ້ຽວຊ້າຍທີ່ 3 ແຍກຈອມທອງຫາຖໍ້າປິວໄປຕາມທາງເລກ 6 ສໍາເລັດເສັ້ນທາງມີຄວາມສະ ດວກດີ. ເມື່ອຮອດບ້ານບວມລອງລ້ຽວຊ້າຍເຂ້າໄປອີກປະມານ 5 ກິໂລແມັດ ເປັນເປັນເສັ້ນທາງປູຢາງທີ່ມີຄວາມສະດວກບໍ່ວ່າຈະເດີນທາງດ້ວຍລົດສ່ວນຕົວ ຫຼື ລົດເມ ລົດຕູ້...ກໍ່ໄດ້.

ความคิดเห็น